ວລ ເຕັກນິກ ສັບພະວິຊາ ເຜີຍແຜ່ມູນເຊື້ອວັນຄູແຫ່ງຊາດ ສະຫຼອງຄົບຮອບ 29 ປີ ພ້ອມຍ້ອງຍໍຄູດີເດັ່ນ

ວິທະຍາໄລ (ວລ) ເຕັກນິກ ສັບພະວິຊາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ( 7 ຕຸລາ 1994 – 7 ຕຸລາ 2023) ເມື່ອວັນທີ 6 ຕຸລາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ມີທ່ານ ວິໄລພອນ ພົມມະຫາໄຊ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ສັບພະວິຊາ ພ້ອມດ້ວຍຄະນະອໍານວຍການ, ຫົວໜ້າພະແນກ/ພາກວິຊາ, ພະນັກງານອາວຸໂສບໍານານ, ບັນດາແຂກຮັບເຊີນ, ພະນັກງານ ຄູອາຈານ ແລະ ນັກສຶກສາພາຍໃນວິທະຍາໄລເຂົ້າຮ່ວມ.
ກ່ອນຈະມີພິທີມອບໃບຍ້ອງຍໍ ປະຈຳສົກຮຽນ 2022-2023 ປະເພດ 1-2 ແລະ ມອບຂອງຂວັນວັນຄູໃຫ້ແກ່ບຸກຄົນດີເດັ່ນ ກໍຄໍ ພະນັກງານ ຄູອາຈານ ແລະ ພະນັກງານບຳນານ ຜູ້ທີ່ສຸມຈິດໃຈປະກອບສ່ວນເຂົ້າໃນວຽກງານຂອງພັກ-ລັດ ກໍຄື ຂັ້ນເທິ່ງມອບໝາຍໃຫ້, ທ່ານ ສຸລິວັນ ຄໍາພາວົງ ຮອງຜູ້ອໍານວຍການ ວິທະຍາໄລ ເຕັກນິກ ສັບພະວິຊາ ໄດ້ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳສົກຮຽນ 2022-2023 ແລະ ທິດທາງແຜນການໃນສົກຮຽນ 2023-2024 ໃຫ້ຮູ້ວ່າ: ວິທະຍາໄລພວກເຮົາມີ 3 ພະແນກ ແລະ 5 ພາກວິຊາ ໄດ້ຈັດຕັ້ງການຮຽນການສອນດ້ວຍລະບົບຫຼັກສຸດຊັ້ນກາງ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ ສາຊາວິຊາຮຽນໃນດ້ານຕ່າງໆ ໃນນີ້ ພາກວິຊາ ມີ 4 ສາຂາຮຽນ ຄື: ໄຟຟ້າອຸດສາຫະກໍາ, ໄຟຟ້າພະລັງງານນໍ້າ, ໄຟຟ້າກົນຈັກພະລັງງານນໍ້າ ແລະ ໄຟຟ້າສະຖານີ ແລະ ຕາຂ່າຍ ລະບົບຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ, ພາກວິຊາທໍລະນີສາດ ມີ 2 ຂະແໜງຮຽນ ຄື: ຊອກຄົ້ນ-ສຳຫຼວດແຮ່ ແລະ ເຕັກໂນໂລຊີເຈາະສຳຫຼວດແຮ່ ລະບົບຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ, ພາກວິຊາວັດແທກ-ຄຸ້ມຄອງທີ່ດິນ ມີ 4 ຂະແໜງຮຽນ ຄື: ປະເມີນລາຄາຊັບສິນ ແລະ ທີ່ດິນ, ວັດແທກກໍ່ສ້າງ, ວັດແທກແຜນທີ່ ແລະ ສໍາຫຼວດແທກ-ຄຸ້ມຄອງທີ່ດິນ ລະບົບຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ, ພາກວິຊາບໍ່ແຮ່ ມີ 3 ຂະແໜງຮຽນ ຄື: ອຸດສາຫະກຳປຸງແຕ່ງແຮ່, ວິສາຫະກຳຊຸດຄົ້ນແຮ່ ແລະ ສິ່ງແວດລ້ອມອຸດສາຫະກຳ ລະບົບຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ ແລະ ພາກວິຊາ ໄອທີ ວິສະວະກຳ ມີ 3 ຂະແໜງຮຽນເຊັນກັນ ຄື: ໄອທີພູມສັນຖານ, ໄອທີດ້ານອຸດສາຫະກຳ ແລະ ວິທະຍາສາດຄອມພິວເຕີ ເປັນລະບົບຊັ້ນສູງ. ໃນສົກຮຽນດັ່ງກ່າວ, ວິທະຍາໄລເຕັກນິກ ສັບພະວິຊາ ສາມາດສຳເລັດການຈັດຕັ້ງການຮຽນການສອນຕາມແຜນການ ໂດຍສະເພາະການສອບເສັງເລື່ອນຊັ້ນ ມີທັງໝົດ 384 ຄົນ, ຍິງ 136 ຄົນ, ເສັງໄດ້ 288 ຄົນ ເທົ່າກັບ 80,348%, ເສັງຕົກ 96 ຄົນ ແລະ ເສັງຈົບຊັ້ນທັງໝົດ 335 ຄົນ, ຍິງ 79 ຄົນ.
ສຳລັບທິດທາງແຜນການ ສົກຮຽນ 2023-2024 ຈະສືບຕໍ່ພັດທະນາວິທະຍາໄລ ໂດຍຈະເລັ່ງໃສ່ໜ້າວຽກລວມໃຫ້ສອດຄ່ອງກັບແຜນພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໂດຍສະເພາະຈະສືບຕໍ່ເຮັດວຽກງານການເມືອງແນວຄິດເປັນປົກກະຕິ ເຮັດໃຫ້ພະນັກງານ ຄູອາຈານ ແລະ ນັກຮຽນ-ນັກສຶກສາ ໄດ້ເຮັດໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນຢ່າງມີຜົນສຳເລັດ, ປຸກລະດົມຊຸກຍູ້ທຸກຂະບວນການໃຫ້ມີການເຄື່ອນໄຫວປະຕິບັດກິດຈະກຳຕ່າງໆຢ່າງຟົດຟື້ນ ແລະ ມີຄວາມທຸ່ນທ່ຽງຕໍ່ໜ້າທີ່ວຽກງານ ພ້ອມທັງຈັດຕັ້ງປະຕິບັດເອົານັກສຶກສາໃໝ່ໃນສົກຮຽນນີ້ ແລະ ພັດທະນາສື່ການຮຽນການສອນໃຫ້ທັນສະໄໝ ໂດຍນຳໃຊ້ໂປຣແກຣມຕ່າງໆ, ສືບຕໍ່ຮ່ວມມືນຳໂຄງການສົ່ງເສີມອາຊີວະສຶກສາ ແລະ ສົ່ງເສີມສັງຄົມ ແລະ ພາກສ່ວນທຸລະກິດປະກອບເຂົ້າໃນການພັດທະນາວິທະຍາໄລ ແລະ ສືບຕໍ່ກໍ່ສ້າງບຳລຸງຄູ ແລະ ພັດທະນາຄູໃຫ້ມີຄຸນນະພາບ ສາມາດກໍ່ສ້າງນັກສຶກສາອອກຮັບໃຊ້ສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ໂອກາດນີ້, ທ່ານ ໜູພັນ ອຸດສາ ໄດ້ກ່າວວ່າ: ຄູແມ່ນແມ່ພິມແຫ່ງຊາດ ຄູຄືວິສະວະກອນແຫ່ງດວງວິນຍານ, ຄູຄືເບົ້າຫຼໍ່ຄົນຮຸ່ນໃໝ່ ແລະ ຄູຄືຂອງພັກອຳນາດການເມືອງ, ຄູຄືພໍ່ແມ່ຄົນທີ່ສອງຂອງເດັກນ້ອຍ, ຄູເປັນຄົນທີ່ມີນໍ້າໃຈ ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ຄູຄືແສງທຽນເຢືອງທາງໃຫ້ແກ່ນັກຮຽນ-ນັກສຶກສາ ເຮັດໃຫ້ກາຍເປັນພົນລະເມືອງດີ ແລະ ເປັນແບບຢ່າງທີ່ດີໃນການເຄື່ອນໄຫວໃນສັງຄົມ. ດັ່ງນັ້ນ, ໃນວັນທີ 7 ຕຸລາ ເປັນມື້ປະຫວັດສາດທີ່ພັກ-ລັດພວກເຮົາໄດ້ກຳນົດເອົາເປັນວັນຄູແຫ່ງຊາດ ໂດຍມີມູນເຊື້ອມາຈາກ ນາຍຄູຄຳ ພາຍຫຼັງທີ່ບ້ານເມືອງຂອງພວກເຮົາຕົກເປັນຫົວເມືອງຂຶ້ນຂອງສະຫຍາມ 100 ກວ່າປີ ກ່ອນຈະຕົກມາເປັນຫົວເມືອງຂຶ້ນຝຣັ່ງ ຕື່ມອີກ ນັບແຕ່ປີ 1893 ຈົນຮອດວັນປົດປ່ອຍປະເທດຊາດໃນປີ 1975 ສ້າງຕັ້ງເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສິດມີສຽງໃນການສ້າງສາພັດທະນາປະເທດຊາດ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ