ນັກສຶກສາລາວ ສ້າງຜົນງານເດັ່ນ ຄວ້າລາງວັນຊະນະເລີດ ງານແຂ່ງຂັນການພັດທະນາລະບົບໄອທີ ລະດັບອາຊຽນ

ທ້າວ ປະລິນຍາ ແສງດາລາວົງ (ໂອເວັນ) ແລະ ນາງ ມະນີວົງ ກຸນລະສະຕີ (ນີ້ມ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການຄວ້າລາງວັນຊະນະເລີດ ລະດັບພາກພື້ນອາຊຽນ ໃນງານແຂ່ງຂັນການພັດທະນາລະບົບໄອທີ (AI-Data Science Explorers) ຈັດໂດຍ ASEAN Foundation ແລະ ແຂ່ງຂັນ ທີ່ ປະເທດມາເລເຊຍ.
ໃນໄລຍະຜ່ານມາ ສປປ ລາວ ໄດ້ສົ່ງນັກສຶກສາ ເຂົ້າຮ່ວມແຂ່ງຂັນງານນີ້ມາຫຼາຍຄັ້ງແລ້ວ ແຕ່ຍັງບໍ່ສາມາດປະສົບຜົນສໍາເລັດ ຍາດເອົາລາງວັນຊະນະເລີດມາໄດ້. ນີ້ຖືເປັນຄັ້ງປະຫວັດສາດ ທີ່ນັກສຶກສາລາວ ສາມາດເຮັດໄດ້ ພ້ອມທັງນໍາກຽດ ແລະ ສັກສີ ມາສູ່ຄອບຄົວ ແລະ ປະເທດຊາດ.
ນັກສຶກສາທັງສອງໄດ້ໃຫ້ສຳພາດວ່າ: ພວກນ້ອງຢາກໄດ້ລາງວັນນີ້ ແລະ ໄດ້ສຸມທຸກຄວາມພະຍາຍາມຢ່າງໜັກ ໃນການຄົ້ນຄວ້າ-ພັດທະນາ ຄິດຄົ້ນສ້າງລະບົບ AI-Data Science (Data Minions Platform) ຂອງຕົນ ເພື່ອສົ່ງເຂົ້າແຂ່ງຂັນ ກັບ 10 ປະເທດອາຊຽນ ທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2025 ທີ່ປະເທດມາເລເຊຍ, ທັງສອງນ້ອງ ໄດ້ເຂົ້າຮ່ວມແຂ່ງຂັນຢ່າງມີຄວາມມຸ້ງຫວັງຢ່າງແຮງກ້າ ແລະ ສາມາດຍາດເອົາລາງວັນຊະນະເລີດ ມາໃຫ້ແກ່ປະເທດຊາດ ໄດ້ສໍາເລັດ. ຂໍສະແດງຄວາມຍ້ອງຍໍ ແລະ ຊົມເຊີຍ ສອງນ້ອງນັກສຶກສາທີ່ສາມາດສ້າງຊື່ສຽງ ໃຫ້ປະເທດລາວ ໄດ້ຢ່າງສົມກຽດ.
ລາຍລະອຽດຂອງທັງສອງນ້ອງ ແມ່ນເປັນນັກຮຽນເກັ່ງທີ່ສອບເສັງໄດ້ທຶນຈາກລັດຖະບານ ປະເທດສິງກະໂປ ໃນປີ 2017 ເພື່ອໄປຮຽນຕໍ່ໃນລະດັບມັດທະຍົມປາຍ ແລະ ປະລິນຍາຕີ ທີ່ປະເທດສິງກະໂປ. ປັດຈຸບັນທັງສອງນ້ອງ ແມ່ນກຳລັງສຶກສາຢູ່ມະຫາວິທະຍາໄລ ປີສຸດທ້າຍ ທີ່ສິງກະໂປ, ທັງສອງນ້ອງ ໄດ້ສະໝັກເຂົ້າຮ່ວມການແຂ່ງຂັນ ໃນນາມຕົວແທນ ນັກສຶກສາລາວ ກໍຄື ປະເທດລາວ ໃນການພັດທະນາລະບົບໄອທີ (AI-Data Science Explorers) ຈັດໂດຍ ASEAN Foundation.
ຂໍ້ມູນຈາກ: Lao Youth Radio














