Skip to main content

ແມນຢູ ຕັດສິນໃຈຂາຍ “ຊານໂຊ” ອອກຈາກທີມ ໃນຕົ້ນປີໜ້າ

ສະໂມສອນ ແມນເຊັດເຕີ ຢູໄນເຕັດ ໄດ້ສັ່ງລົງໂທດ ຈາດອນ ຊານໂຊ ປີກຕົວເກັ່ງຊາວອັງກິດມາເປັນເວລາ 9 ນັດແລ້ວ ນັບຕັ້ງແຕ່ ຊານໂຊ ມບັນຫາຜິດຖຽງກັນ ກັບທ່ານ ເອຣິກ ເທນຮາກ ຄູຝຶກຊາວໂຮນລັງ ແລະ ໄລຍະຜ່ານມາ ທ່ານ ເທນຮາກ ຕ້ອງການຄຳ ຂໍໂທດຈາກນັກເຕະອາຍຸ 24 ປີ ເພື່ອເປີດໂອກາດໃຫ້ລາວ ກັບຄືນມາສູ່ທີມອີກຄັ້ງ. ຕໍ່ກັບບັນຫາດັ່ງກ່າວ ຊານໂຊ ຍັງບໍ່ມີທ່າທີ ຈະຂໍໂທດກັບຄູຝຶກຂອງລາວ ເຖິງແມ່ນວ່າເພື່ອນຮ່ວມທີມຫຼາຍຄົນຈະ ບອກໃຫ້ລາວຍອມມາຂໍໂທດຄູຝຶກເພື່ອສານຕໍ່ອາຊີບຂອງຕົນ. ຢ່າງໃດກໍ່ຕາມ, ຫຼ້າສຸດ ເມື່ອວັນທີ 22 ຕຸລາ 2023 ສື່ Daily Mirror ເປີດເຜີຍວ່າ ແມນຢູ ຕັດສິນໃຈຂາຍ ຊານໂຊ ໃນເດືອນມັງກອນ 2024 ນີ້ ເຖິງວ່າລາວຈະຍອມຂໍໂທດກັບ ທ່ານ ເທນ ຮາກ ແລ້ວກໍຕາມ ແຕ່...

Continue reading

ນັກສຶກສາລາວ 30 ຄົນ ໄດ້ຮັບທຶນຮຽນຕໍ່ຟຣີ ທີ່ ສສ ຫວຽດນາມ ຈາກບໍລິສັດ ລົງທຶນຄຳຈະເລີນ

ນັກສຶກສາລາວ ຈຳນວນ 30 ຄົນ ໄດ້ຮັບທຶນໄປຮຽນຕໍ່ຟຣີ ທີ່ມະຫາວິທະຍາໄລ ເປີດ ນະຄອນໂຮຈີມິນ ສສ ຫວຽດນາມ ໃນລະດັບປະລິນຍາຕີ ປະຈຳສົກສຶກສາ 2023-2024 ໂດຍເປັນການສະໜັບສະໜູນທຶນຈາກບໍລິສັດ ລົງທຶນ ຄຳຈະເລີນ ຈຳກັດ ຜູ້ດຽວ ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຊອກຮູ້ປະສົບການຢູ່ຕ່າງປະເທດ ເຮັດໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລ້ວກັບມາສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ພິທີມອບ-ຮັບທຶນການສຶກສາໃຫ້ນັກສຶກສາລາວ ຈຳນວນ 30 ທຶນດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 12 ຕຸລາ ຜ່ານມາ...

Continue reading

ຍົກນໍ້າລາວ ຈົບພຽງອັນດັບທີ 4 ງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ

ພາຍຫຼັງທີ່ໄດ້ມີພິທີເປີດການແຂ່ງຂັນ ເອຊຽນ ພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ເມື່ອວັນທີ 22 ຕຸລາ 2023 ທີ່ສະໜາມ Hangzhou Sports Park ຊຶ່ງມີນັກກິລາ 3.100 ກວ່າຄົນ ຈາກ 44 ປະເທດ ແລະ ເຂດແຄວ້ນໃນອາຊີເຂົ້າຮ່ວມ ຊີງໄຊ 564 ລາຍການ ໃນ 22 ປະເພດກິລາ ໂດຍສປປ ລາວ ໄດ້ສົ່ງຄະນະນໍາ, ກອງເລຂາ, ແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ 41 ຄົນ, ຍິງ 28 ຄົນ ນັບມາຮອດປັດຈຸບັນ ທັບນັກກິລາຄົນພິການລາວ ລົງແຂ່ງຂັນໄປແລ້ວ 1 ປະເພດກິລາ ຈາກກິລາຍົກນໍ້າໜັກ ຈົບອັນດັບທີ 4 ຈາກ ນາງ ລັດສະໝີ ຮຸ່ນນໍ້າໜັກ 41 ກິໂລ ຍົກໄດ້ 75 ກິໂລ ສ່ວນທ້າວ ເປ້ຍ ລາວພັກດີ ເຈົ້າຂອງຫຼຽນຄຳ ປີ 2018 ຮຸ່ນນໍ້າໜັກ 49 ກິໂລ ຈົບອັນດັບ...

Continue reading

ບານສົ່ງໃນຮົ່ມ ຍິງ-ຊາຍ ແຊ໋ມປ້ຽນຊິບ 2023 ເລື່ອນໄປຈັດຕົ້ນເດືອນພະຈິກ

ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ລາຍການ ແຊ໋ມປ້ຽນຊິບ ປະຈຳປີ 2023 ຊຶ່ງເປັນຮູບແບບໃໝ່ ໃນໜ້າຄຳປະຫວັດສາດ ຂອງວົງການກິລາບານສົ່ງລາວ ເພື່ອກະກຽມກ້າວສູ່ເວທີແຂ່ງຂັນບານສົ່ງ ລະດັບ ລາວລີກ ໃນອະນາຄົດ ຊຶ່ງໃນເບື້ອງຕົ້ນ ຈະຈັດຂຶ້ນ ໃນວັນທີ 28 ຕຸລານີ້ ແຕ່ຍ້ອນມີງານບຸນຊ່ວງເຮືອປະເພນີລະດັບຊາດ ສະຫຼອງບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ຈຶ່ງຍ້າຍມາຈັດໃສ່ວັນທີ 4 ພະຈິກ ຫາ 24 ທັນວາ 2023 ທີ່ສະໂມສອນກິລາບານສົ່ງໃນຮົ່ມກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ກອງປະຊຸມເຕັກນິກການແຂ່ງຂັນກິລາບານສົ່ງໃນຮົ່ມ ແຊ໋ມປ້ຽນຊິບ ປະຈຳປີ 2023 ເພື່ອປູທາງໃຫ້ວົງການບານສົ່ງລາວ...

Continue reading

ເປີດສາກແລ້ວ ເຕະບານລາວລີກຍິງ 2023 ຈຳປາສັກ ຖະຫຼົ່ມ ວຽງຈັນ ເກືອບສອງໂຫຼ

ເປີດສາກຂຶ້ນເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນເຕະບານລາວລີກຍິງ ຊຶ່ງເປັນລີກສູງສຸດຂອງສປປ ລາວ ແລະ ເປັນຄັ້ງທຳອິດ ຫຼື Lao Women’s League 2023 ລາຍການດັ່ງກ່າວ ເນັ້ນເອົາ 8 ສະໂມສອນ ທີ່ຮ່ວມແຂ່ງຂັນເຕະບານຊາຍ ລາຍການ ເປບຊີ ລາວລີກ 1 ຮ່ວມຊີງໄຊ. ຂະນະທີ່ ສາວພາກໃຕ້ ສະໂມສອນ ຈຳປາສັກ ເອັບຊີ ບໍ່ໄວ້ໜ້າໄລ່ຖະຫຼົ່ມ ສະໂມສອນ ວຽງຈັນ ໄປແບບບໍ່ເຫັນຝຸ່ນ 21-0 ປະຕູ. ການແຂ່ງຂັນເຕະບານລາວລີກຍິງ ລາຍການ Lao Women’s League 2023 ຈັດຂຶ້ນ ລະຫວ່າງວັນທີ 21-22 ຕຸລາ ຜ່ານມາ ທີ່ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ 1 ແລະ ສະໜາມ 2 ບ້ານຫ້ວຍຫົງ...

Continue reading

ນ້ອຍ&ຕີ້ ແລະ ເອັນແອນເອັນ ຄອງແຊ໋ມ ເຕະບານ ເພື່ອການກຸສົນ ມິດຕະພາບ ລາວ-ໄທ

ສະໂມສອນ ນ້ອຍ&ຕີ້ ເອັບຊີ ຄວ້າການແຂ່ງຂັນເຕະບານ 6 ພາກສ່ວນ ຮຸ່ນອາຍຸ 45 ປີ ຂຶ້ນໄປ ລາຍການ ດິວິຊັນ 1 ມິດຕະພາບ ລາວ-ໄທ ເພື່ອເປັນການລະດົມເຄື່ອງນຸ່ງຮົ່ມ ໄປມອບໃຫ້ແກ່ເມືອງ ງາ ແຂວງອຸດົມໄຊ ໃນໄວໆນີ້ ສ່ວນ ສະໂມສອນ ເອັນແອນເອັນ ເອັບຊີ ຄອງແຊ໋ມ ລາຍການດິວິຊັນ 2 ຂະນະທີ່ ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ຄວ້າລາງວັນດາວຊັນໂວ ຫຼັງລົງສະໜາມສອງນັດ ຍິງໄດ້ເຖິງ 13 ປະຕູ. ການແຂ່ງຂັນເຕະບານ 6 ພາກສ່ວນ ຮຸ່ນອາຍຸ 45 ປີ ຂຶ້ນໄປ ມິດຕະພາບ ລາວ-ໄທ ເພື່ອເປັນການລະດົມເຄື່ອງນຸ່ງຮົ່ມ ໄປມອບໃຫ້ແກ່ເມືອງ ງາ ແຂວງອຸດົມໄຊ ເຂດພາກເໜືອ ໄດ້ຈັດຂຶ້ນ ພຽງມື້ດຽວ ໃນວັນທີ 22...

Continue reading

ເມືອງຫົງສາ ຈັດງານປະກວດທິດາເຮືອຊ່ວງ ປະຈຳປີ 2023

ເມືອງຫົງ ແຂວງໄຊຍະບູລີ ໄດ້ຈັດງານປະກວດທິດາເຮືອຊ່ວງ ປະຈຳປີ 2023 ແລະ ການສະແດງສິລະປະ-ວັນນະຄະດີ ເພື່ອເປັນການອານຸລັກຮັກສາ ຊຸກຍູ້ສົ່ງເສີມ ວັດທະນະທຳ-ຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ມີຄວາມໝັ້ນຄົງ ທັງເປັນການໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວ ໃນຕອນຄໍ່າວັນທີ 20 ຕຸລາ 2023 ຢູ່ຜາມໄຊທ່າເຮືອຊ່ວງ ບ້ານສີບຸນເຮືອງ ໂດຍມີ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍມີການນໍາຂອງເມືອງ, ແຂກຖືກເຊີນ, ນັກທຸລະກິດຜູ້ປະກອບການ, ມວນຊົນ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ. ໃນພິທີ, ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງ, ປະທານຈັດງານ...

Continue reading

ສະເປີ ອັດ ຟູແລມ 2-0 ຄອງບັນລັງຈ່າຝູງ ພຣີເມຍລີກອາທິດນີ້!

  ທອດແນມ ຮັອດສະເປີ ເປີດບ້ານໄລ່ອັດ ຟູແລມ ຜູ້ມາຢາມ ໄປຢ່າງສວຍງາມ 2 ປະຕູຕໍ່ 0 ໃນເກມ ລອນດອນ ດາບີ້ ນັດຕົກຄ້າງພຣີເມຍລີກ ພ້ອມທັງທະຍານຂຶ້ນຄອງຈ່າຝູງໃນອາທິດນີ້ ໂດຍແຊງທັງ ແມນ ຊີຕີ້ ແລະ ອາເຊນອລ 2 ຄະແນນ ຂະນະທີ່ ຟູແລມ ຫຼົ່ນລົງມາຢູ່ອັນດັບ 13 ຂອງຕາຕະລາງ. ເກມນັດຕົກຄ້າງພຣີເມຍລີກ ຄືນວານນີ້ (23 ຕຸລາ) ສະເປີ ເປີດບ້ານຕ້ອນຮັບການມາຢາມຂອງ ຟູແລມ ເຊິ່ງນັດນີ້ທີມເຈົ້າບ້ານເປີດເກມບຸກເຂົ້າໃສ່ຢ່າງໜັກທັງເກມ ເພື່ອຫວັງເກັບໄຊຫວັງແຊງຂຶ້ນເປັນຈ່າຝູງ ໃນອາທິດນີ້ໃຫ້ໄດ້ ແລະ ກໍມາປະສົບຄວາມສຳເລັດ ຕັ້ງແຕ່ນາທີໆ 36 ຈາກການຍິງສວຍງາມຂອງນັກເຕະຈາກແດນກິມຈິເກົາຫຼີ ຊອນ ເຮືອງ ມິນ ແລະ ສະເປີ ມາຢໍ້າໄຊຊະນະໄດ້ອີກຄັ້ງໃນນາທີ 54 ຈາກ ເຈມ ແມັດດີສັນ...

Continue reading