Skip to main content

ສະເປີ ອັດ ຟູແລມ 2-0 ຄອງບັນລັງຈ່າຝູງ ພຣີເມຍລີກອາທິດນີ້!

  ທອດແນມ ຮັອດສະເປີ ເປີດບ້ານໄລ່ອັດ ຟູແລມ ຜູ້ມາຢາມ ໄປຢ່າງສວຍງາມ 2 ປະຕູຕໍ່ 0 ໃນເກມ ລອນດອນ ດາບີ້ ນັດຕົກຄ້າງພຣີເມຍລີກ ພ້ອມທັງທະຍານຂຶ້ນຄອງຈ່າຝູງໃນອາທິດນີ້ ໂດຍແຊງທັງ ແມນ ຊີຕີ້ ແລະ ອາເຊນອລ 2 ຄະແນນ ຂະນະທີ່ ຟູແລມ ຫຼົ່ນລົງມາຢູ່ອັນດັບ 13 ຂອງຕາຕະລາງ. ເກມນັດຕົກຄ້າງພຣີເມຍລີກ ຄືນວານນີ້ (23 ຕຸລາ) ສະເປີ ເປີດບ້ານຕ້ອນຮັບການມາຢາມຂອງ ຟູແລມ ເຊິ່ງນັດນີ້ທີມເຈົ້າບ້ານເປີດເກມບຸກເຂົ້າໃສ່ຢ່າງໜັກທັງເກມ ເພື່ອຫວັງເກັບໄຊຫວັງແຊງຂຶ້ນເປັນຈ່າຝູງ ໃນອາທິດນີ້ໃຫ້ໄດ້ ແລະ ກໍມາປະສົບຄວາມສຳເລັດ ຕັ້ງແຕ່ນາທີໆ 36 ຈາກການຍິງສວຍງາມຂອງນັກເຕະຈາກແດນກິມຈິເກົາຫຼີ ຊອນ ເຮືອງ ມິນ ແລະ ສະເປີ ມາຢໍ້າໄຊຊະນະໄດ້ອີກຄັ້ງໃນນາທີ 54 ຈາກ ເຈມ ແມັດດີສັນ...

Continue reading

ພຣີເມຍລີກ ອັງກິດ: ວິນລາ ຍັງແຮງບໍ່ຢຸດ ຖະຫຼົ່ມເວສແຮມ ຜູ້ມາຢາມ ຂາດຮອຍ 4-1

ແອັສຕັນ ວິນລາ, ຍັງແຮງບໍ່ຢຸດຕໍ່ເນື່ອງເປັນນັດທີ 5 ຫຼັງຈາກເປີດບ້ານຖະຫຼົ່ມຜູ້ມາຢາມ ເວສແຮັມ ຢູໄນເຕັດ ໄປແບບຂາດຮອຍເຖິງ 4-1 ປະຕູ ຫຍັບຂຶ້ນມາຕິດທອ໋ບຟາຍ ແລະ ມີຄະແນນຕາມຫຼັງຈ່າຝູງ ແມນ ຊິດຕີ້ ພຽງສອງຄະແນນເທົ່ານັ້ນ ໃນຕາຕະລາງພຣີເມຍລີກ ອັງກິດ ໃນອາທິດນີ້. ເກມພຣີເມຍລີກ ຄືນວັນອາທິດ 22 ຕຸລາ ມີຄູ່ດຽວ ໂດຍ ແອັສຕັນ ວິນລາ ເປີດສະໜາມ  ວິນລາ ພາກ ຮັບການມາຢາມຂອງ ເວສແຮັມ ຢູໄນເຕັດ ທີມອັນດັບທີ 7 ຂອງຕາຕະລາງ. ຜ່ານ 90 ນາທີຂອງການແຂ່ງຂັນ ປະກົດວ່າ ວິນລາ ຍັງຄົງຮັກສາຟອມເກັ່ງໄວ້ໄດ້ຢ່າງຕໍ່ເນື່ອງ ໂດຍໄດ້ປະຕູອອກນຳ ແຕ່ນາທີ 30 ແລະ 51 ຈາກ ດັກລັສ ຫຼຸຍ ຄົນດຽວ ກ່ອນທີ່ ເວສແຮມ ຜູ້ມາຢາມ ຈະໄລ່ມາເປັນ 1-2​ ໃນນາທີ 57 ຈາກ ຈາຣອດ ໂບເວັນ....

Continue reading

ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ມອບອຸປະກອນການສຶກສາ-ກິລາ ໃຫ້ນັກຮຽນປະຖົມໂພນເພັງ ເມືອງວັງວຽງ

ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳສປປ ລາວ ຈຳກັດ (Vietcombank Laos) ໄດ້ປະສານສົມທົບກັບ ອຳນາດການປົກຄອງບ້ານໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ນຳເອົາເຄື່ອງຊ່ວຍເຫຼືອປະເພດອຸປະກອນການສຶກສາ, ປຶ້ມແບບຮຽນ, ເຄື່ອງກິລາ ແລະ ນົມ ໄປມອບໃຫ້ກັບນ້ອງໆນັກຮຽນ ໂຮງຮຽນປະຖົມສົມບູນໂພນເພັງ ບ້ານໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ລວມມູນຄ່າ 40.000.000 ກີບ ຕາງໜ້າມອບໂດຍ ທ່ານ ຫງວຽນ ກວາງ ມິງ ສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳສປປ ລາວ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ພົມມະລີ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນເພັງ, ມີທ່ານ ກຸດຕະລີ ແກ້ວເຂັມເພັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວັງວຽງ, ທ່ານ ລິນທອງ ບູລົມ...

Continue reading

ມຊ ສະຫຼຸບຊຸດຮຽນ ຮຸ່ນທີ 23 ສົກ 2022-2023 ພ້ອມເປີດສົກຮຽນໃໝ່ 2023-2024

ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 23 ປະຈຳສົກຮຽນ 2022-2023 ແລະ ເປີດສົກຮຽນໃໝ່ 2023-2024 ຢ່າງເປັນທາງການ ເມື່ອວັນ​ທີ 19 ຕຸລາ 2023 ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການ​ບໍດີ ມຊ, ພ້ອມດ້ວຍຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໃນພິທີ, ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ກ່າວວ່າ: ມຊ​​...

Continue reading

ສກຂ ຊຽງຂວາງ ທັດສະນະສຶກສາແລກປ່ຽນບົດຮຽນນໍາຄະນະນຳຂັ້ນສູງ ສສກ

ຄະນະພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ຊຶ່ງນໍາໂດຍທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກ ສກຂ ພ້ອມຄະນະ ແລະ ທີມງານ ໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອທັດສະນະສຶກສາແລກປ່ຽນບົດຮຽນນໍາຄະນະນຳຂັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນການບໍລິຫານຄຸ້ມຄອງວຽກງານການສຶກສາ ແລະ ກິລາ ເມື່ອວັນທີ 20 ຕຸລາ 2023 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ມີບັນດາ ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການກະຊວງເຂົ້າຮ່ວມນໍາ. ໂອກາດນີ້,...

Continue reading

ຜູ້ບໍລິຫານການສຶກສາ-ກິລາ ເມືອງສີໂຄດຕະບອງ ບັນລຸ 6 ຄາດໝາຍ ແລະ ໃກ້ຈະບັນລຸ 4 ຄາດໝາຍ ສົກ 2022-2023

ຜູ້ບໍລິຫານການສຶກສາ ແລະ ກິລາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ຍຸດທະສາດຕ່າງໆຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ກໍານົດໃນສົກຮຽນ 2021-2022  ເຫັນໄດ້ວ່າໃນຈໍານວນ 18 ຄາດໝາຍຫຼັກ ທີ່ກໍານົດໃນແຜນມີ 6 ຄາດໝາຍສາມາດບັນລຸຕາມແຜນ ແລະ ມີອີກ 4 ຄາດໝາຍທີ່ໃກ້ຈະບັນລຸ ໃນສົກ 2022-2023. ເມື່ອວັນທີ 19 ຕຸລາ 2023, ຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງ ປະຈໍາສົກຮຽນ 2022-2023 ທີ່ສະໂມສອນໂຮງຮຽນ ມ.ປາຍ ວຽງຈັນ-ໂຮ່ຈິມິນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທະວີໄຊ...

Continue reading

ຟີຟາ ຕ້ອງຈ່າຍເງິນຄ່າຊົດເຊີຍໃຫ້ ອັນ-ຮິລັນ ຫຼັງ “ເນມາ” ບາດເຈັບໜັກຈາກເກມທີມຊາດ

ສະຫະພັນກິລາບານເຕະນານາຊາດ (ຟີຟາ) ອາດຕ້ອງຈ່າຍເງິນຄ່າຊົດເຊີຍໃຫ້ ສະໂມສອນ ອັນ-ຮິລັນ ຕົ້ນສັງກັດຂອງ ເນມາ ຈູເນ່ຍ ຈຳນວນ 6,5 ລ້ານເອີໂຣ ຈາກກໍລະນີທີ່ນັກເຕະຄົນນີ້ໄດ້ຮັບບາດເຈັບໜັກຈາກເກມທີມຊາດ ໂດຍ ເນມາ ໄດ້ຮັບບາດເຈັບເອັນໄຂວ່ໜ້າ ແລະ ໝອນຮອງຫົວເຂົ່າເບື້ອງຊ້າຍຈີກຂາດ ຈາກການລົງສະໜາມໃຫ້ກັບທີມຊາດເບຣຊິນ ໃນເກມທີ່ເສຍໃຫ້ ທີມຊາດອຸຣຸໄກວ 0-2 ປະຕູ ໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ເມື່ອວັນທີ 18 ຕຸລາ 2023 ຊຶ່ງເຮັດໃຫ້ນັກເຕະຕ້ອງເຂົ້າຮັບການຜ່າຕັດ ແລະ ຄາດວ່າຈະຕ້ອງພັກປິ່ນປົວເປັນເວລາເຖິງ 7-9...

Continue reading

ສະຖາບັນລາວ-ຍີ່ປຸ່ນ ມຊ ກຽມຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ 25 ຕຸລານີ້

ສະຖາບັນລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະໄດ້ຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023  ໃນແບບເຊິ່ງໜ້າ ແລະ ອອນລາຍ ຊຶ່ງເໝາະສໍາລັບນັກຮຽນ ຫຼື ຜູ້ທີ່ກໍາລັງຊອກຫາຂໍ້ມູນເພື່ອກະກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໃນວັນທີ 25 ຕຸລາ 2023 ທີ່ສະຖາບັນດັ່ງກ່າວ. ອີງຕາມລາຍງານຂອງທາງສະຖາບັນລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເມື່ອວັນທີ 20 ຕຸລາ 2023 ໃຫ້ຊາບວ່າ: ໃນວັນພຸດ ວັນທີ 25 ຕຸລາ (10) 2023, ເວລາ 8:30-12:00 ໂມງ...

Continue reading