Skip to main content

ແມນຢູ ພົບ ນິວຄາດເຊິນ, ອາເຊນອນ ປະທະ ເວດແຮມ ສ່ວນ ລິເວີພູ-ເຊວຊີ ວຽກເບົາ ເຕະບານ ຄາຣາບາວ ຄັບ ຮອບ 16 ທີມສຸດທ້າຍ

ຂັນເອັບເອ ຄັບ ພິທີຈັບສະຫຼາກການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2023-2024 ໄດ້ມີຂຶ້ນໃນຄ່ຳຄືນວັນທີ 27 ກັນຍາ 2023 ພາຍຫຼັງສຳເລັດການແຂ່ງຂັນຮອບ 32 ທີມສຸດທ້າຍ ຫຼື ຮອບ 3 ຜົນປະກົດວ່າ:  ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຈະຕ້ອງພົບເສິກໜັກໃນການເປີດສະໜາມໂອນແທຣບຟອດ ຕ້ອນຮັບການມາຢາມຂອງ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ຊຶ່ງເປັນການຫວນຄືນນັດຊີງຊະນະເລີດ ເມື່ອປີກາຍນີ້. ຂະນະທີ່ອີກຄູ່ໜຶ່ງທີ່ໜ້າສົນໃຈ ເປັນເສິກ “ລອນດອນ ດາບີ ແມັດ” ສະໂມສອນ ເວດແຮມ ຢູໄນເຕັດ ຈະເປີດບ້ານພົບກັບ ສະໂມສອນ ອາເຊນອນ. ສ່ວນ ສະໂມສອນ ລິເວີພູ ພົບວຽກບໍ່ຍາກ...

Continue reading

ຢຶດຊີ້ນໝູສົດນຳເຂົ້າບໍ່ຖືກຕ້ອງ 40 ກິໂລ ແລະ ມອບໃຫ້ໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ເມືອງຫ້ວຍຊາຍ

ເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວກວດກາຄວາມເປັນລະບຽບຮຽບຮ້ອຍ ການຈຳໜ່າຍສິນຄ້າຢູ່ພາຍໃນເມືອງຫ້ວຍຊາຍໃນວັນທີ 26 ກັນຍາ 2023  ໄດ້ພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈໍານວນ 40 ກິໂລ ຊຶ່ງເຫັນວ່າເປັນການລັກລອບນໍາເຂົ້າສິນຄ້າບໍ່ຖືກຕ້ອງ ແລະ ເປັນການຫຼົບຫຼີກການເສຍພັນທະແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ພະແນກອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ຈຶ່ງໄດ້ຢຶດສິນຄ້າດັ່ງກ່າວໄວ້. ມາຮອດວັນທີ 27 ກັນຍາ 2023, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານພາຍໃນພະແນກ ໄດ້ມອບຊີ້ນໝູສົດ ຈໍານວນ 40 ກິໂລ ທີ່ຢຶດໄດ້ນັ້ນໃຫ້ແກ່...

Continue reading

ພາຍໃຕ້ການຊ່ວຍເຫຼືອຈາກອົດສະຕຣາລີ ເຮັດໃຫ້ຄຸນນະພາບການສຶກສາທົ່ວແຂວງຊຽງຂວາງ ມີທ່າກ້າວດີຂຶ້ນ

ການຈັດຕັ້ງປະຕິບັດຫຼັກສູດປັບປຸງໃໝ່ ຊັ້ນປະຖົມສຶກສາ (ປ.1-ປ.5), ການໃຫ້ທຶນການສຶກສາຄູ ແລະ ການຝຶກອົບຮົມຄູປະຈຳການ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ຫຼື ແຜນງານບີຄວາ ເຮັດໃຫ້ຄຸນນະພາບການສຶກສາທົ່ວແຂວງຊຽງຂວາງມີທ່າກ້າວດີຂຶ້ນ ພົ້ນເດັ່ນກວ່າໝູ່ແມ່ນສາມາດສ້າງໄດ້ນັກຮຽນເກັ່ງຊັ້ນປະຖົມສຶກສາລະດັບປະເທດ ວິຊາຄະນິດສາດ ແລະ ການເສັງນັກຮຽນເກັ່ງຂັ້ນແຂວງ ຫຼາຍເມືອງກໍມີຄະແນນສອບເສັງດີຂຶ້ນ. ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກ ສກຂ...

Continue reading

ປະດັບຫຼຽນໄຊແຮງງານ ໃຫ້ສະຫະພັນກິລາກັອບແຫ່ງຊາດ ພ້ອມຍ້ອງຍໍກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ

ພິທີປະດັບຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນຂອງ ສະຫະພັນກິລາກັອບແຫ່ງຊາດ (ສກລ) ຈັດຂຶ້ນວັນທີ 6 ກັນຍາ 2023 ທີ່ຄະນະກຳມະການໂລແລມປິກແຫ່ງຊາດລາວ ເປັນກຽດປະດັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິບັດວັດລາວ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານ ແລະ...

Continue reading

ສະຫວັນນະເຂດ ສຳເລັດການແຂ່ງຂັນດອກປີກໄກ່ ຕ້ອນຮັບວັນສຳຄັນຕ່າງໆຊາດ

ແຂວງສະຫວັນນະເຂດ ໄດ້ສຳເລັດການຈັດການແຂ່ງຂັນກິລາດອກປີກໄກ່ ເພື່ອສ້າງຂະບວນການຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເມື່ອບໍ່ດົນມານີ້ ທີ່ສະໂມສອນດອກປີກໄກ່ແຂວງ ໂດຍການເປັນປະທານຂອງ ທ່ານ ສົມຈິດ ລາດຊະວົງ ປະທານສະຫະພັນກິລາດອກປີກໄກ່ແຂວງສະຫວັນນະເຂດ, ມີທ່ານ ເພັດອຸດອນ ບົວປະເສີດ ຮອງປະທານສະຫະພັນກິລາດອກປີກໄກ່ແຂວງຄຳມ່ວນ ພ້ອມດ້ວຍຮອງຫົວໜ້າພະແນກສຶກສາທິກການ ແລະ ກິລາແຂວງ, ນັກກິລາຮຸ່ນອາວຸໂສ, ຊາວໜຸ່ມ, ນັກສຶກສາ ແລະ ຄະນະສະຫະພັນດອກປີກໄກ່-ນັກກິລາທີ່ມາຈາກແຂວງຄຳມ່ວນເຂົ້າຮ່ວມຢ່າງພ້ອມພຽງ. ...

Continue reading

ສ່ວຍສາອາກອນ ນວ ຊະນະ ສຳນັກກະຊວງ ສສກ 8-5 ເຕະບານ ນັດພິເສດ ສະຫຼອງເປີດສົກຮຽນໃໝ່

ທີມຊາວໜຸ່ມສຳນັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ທີມເຕະບານຊາວໜຸ່ມ ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເປີດສົກຮຽນໃໝ່ ສົກຮຽນ 2023-2024 ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນໃນນະຄອນຫຼວງວຽງຈັນ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບຄວາມຮັກແພງລະຫວ່າງພະນັກງານຂອງທັງສອງພາກສ່ວນໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ການແຂ່ງຂັນເຕະບານ ນັດພິເສດ ມິດຕະພາບ ລະຫວ່າງ ຊາວໜຸ່ມສຳນັກກະຊວງ ສສກ ພົບກັບ...

Continue reading

“ພຸດທະວົງໄຊ” ນັກກິລາຖີບລົດຄົນພິການລາວ ເດີນທາງໄປເກັບຕົວຝຶກຊ້ອມທີ່ ສ.ເກົາຫຼີ ກຽມຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4

ທ້າວ ວິລະພອນ ພຸດທະວົງໄຊ ຫຼື ບີ້ ນັກກິລາລົດຖີບຄົນພິການທີມຊາດລາວ ໄດ້ອອກເດີນທາງ ຈາກສະໜາມບິນສາກົນວັດໄຕ ສປປ ລາວ ໃນຄໍ່າຄືນວັນທີ 17 ກັນຍາ ຜ່ານມາ ໄປເຖິງສະໜາມບິນສາກົນ ນະຄອນຫຼວງໂຊ ສ.ເກົາຫຼີ ໃນຕອນເຊົ້າວັນທີ 18 ກັນຍາ 2023 ເພື່ອເຂົ້າຮ່ວມໂຄງການຮ່ວມມື ລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສ.ເກົາຫຼີ, ສະພາກິລາເກົາຫຼີ (WCC), ອົງການສົ່ງເສີມກິລາແຫ່ງຊາດ ສ.ເກົາຫຼີ, ສະຫະພັນລົດຖີບ ສ.ເກົາຫຼີ ແລະ ພາກສ່ວນອື່ນໆ ເພື່ອສົ່ງເສີມນັກກິລາອາຊີເກັບຕົວຝຶກຊ້ອມໃນໄລຍະ 5 ວັນ ກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ແຂວງຫາງໂຈ ສປ ຈີນ ເປັນເຈົ້າພາບ ໃນທ້າຍເດືອນຕຸລາ 2023...

Continue reading

ບານສົ່ງ ລີກ ຍິງ-ຊາຍ ທົ່ວປະເທດ ຊີງຂັນ ສບສ 2023 ເປີດສາກທ້າຍເດືອນຕຸລານີ້

ສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ ກຽມຈັດການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມທັງປະເພດທີມຍິງ-ທີມຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023 ຊີງເງິນລາງວັນທັງໝົດ 119.000.000 ກີບ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ. ອີງຕາມຂໍ້ມູນຈາກ ສບສ ໄດ້ແຈ້ງໃຫ້ຊາບວ່າ: ເຖິງບັນດາສະໂມສອນກິລາບານສົ່ງຂອງກະຊວງ, ທຽບເທົ່າ, ນະຄອນຫຼວງວຽງຈັນ, ສະໂມສອນບານສົ່ງຂອງແຂວງ, ມະຫາວິທະຍາໄລ ແລະ ບັນດາສະໂມສອນກິລາບານສົ່ງໃນຂອບເຂດທົ່ວປະເທດ ເພື່ອເຂົ້າຮ່ວມການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມຍິງ-ຊາຍ ຊີງຂັນສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023...

Continue reading