ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ

ໃນຕອນເຊົ້າວັນທີ 3 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວາຊີລີ ໂອຊິມາກົບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ, ຂອບໃຈ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນສະຫະພັນຣັດເຊຍ ທີ່ໄດ້ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້ ຊຶ່ງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າແກ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພິທີສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ ມີຄວາມໝາຍຄວາມສໍາຄັນຍິ່ງໆຂຶ້ນ, ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ, ຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃຫ້ນັບມື້ສືບຕໍ່ຈະເລີນງອກງາມຂຶ້ນເລື້ອຍໆ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະຂົງເຂດການເມືອງ, ການທະຫານ, ການພັດທະນາຊັບພະຍາກອນມະນຸດ, ເຕັກນິກ, ວຽກງານມະນຸດສະທຳ ແລະ ອື່ນໆ ພ້ອມທັງສະເໜີຝ່າຍຣັດເຊຍ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂົງເຂດວຽກງານດັ່ງກ່າວຕື່ມອີກ. ພ້ອມນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ກໍຄືກອງທັບ ແລະ ປະຊາຊົນຣັດເຊຍອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ພັກ-ລັດ ແລະ ປະຊາຊົນລາວ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ນອກນີ້, ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ເຖິງການນໍາຂັ້ນສູງ, ກອງທັບ ແລະ ປະຊາຊົນຣັດເຊຍ ຕື່ມອີກ.
ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້ ພ້ອມທັງແຈ້ງໃຫ້ຊາບກ່ຽວກັບເນື້ອໃນການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນມື້ຜ່ານມາ ໂດຍສະເພາະການລົງເລິກແຜນການຮ່ວມມືສອງກອງທັບ ຣັດເຊຍ-ລາວ ໃນຕໍ່ໜ້າ. ຄຽງຄູ່ກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີຜ່ານມາ. ອັນສຳຄັນ ແມ່ນໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຂອງ ສປປ ລາວ ໂດຍສະເພາະການເດີນສວນສະໜາມ ເຫັນວ່າ ມີຄວາມສະຫງ່າງາມ, ເປັນລະບຽບຮຽບຮ້ອຍ ແລະ ສຳເລັດຕາມຄາດໝາຍທີ່ກຳນົດໄວ້.
ຂ່າວ: ກົມປະຊາສໍາພັນ ຫສນຍ
ຂ່າວທີ່ກ່ຽວຂ້ອງ














