ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດໄທ ຄົນໃໝ່
13/04/2026

ໃນວັນທີ 7 ເມສາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ ພ້ອມຄະນະ ໂດຍມີຫົວໜ້າຫ້ອງການ, ຫົວໜ້າກົມ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ເວົ້າລວມ ເວົ້າສະເພາະ ເປັນຕົ້ນກໍ່ຄືວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ນັບມື້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ.
ໂອກາດດຽວກັນ, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ກ່າວມີຄຳເຫັນວ່າ: ການເຂົ້າຢ້ຽມຢາມຄັ້ງນີ້ ເປັນການສະແດງຄວາມເຄົາລົບ ແລະ ເສີມສ້າງຄວາມສຳພັນອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ພ້ອມສະແດງຄວາມຍິນດີທີ່ທ່ານໄດ້ຮັບຕຳແໜ່ງໃໝ່. ພ້ອມນັ້ນ ຍັງໄດ້ລາຍງານ ແລະ ແນະນຳກ່ຽວກັບໂຄງການຮ່ວມມືຕ່າງໆ ລະຫວ່າງ ສອງປະເທດ ໂດຍສະເພາະ ໃນຂົງເຂດການສຶກສາ ແລະ ກິລາ ທີ່ໄດ້ດຳເນີນມາແລ້ວ ແລະ ແຜນການທີ່ຈະດຳເນີນຕໍ່ໄປ ເພື່ອສົ່ງເສີມການພັດທະນາຮ່ວມກັນ ໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງ. ພ້ອມທັງໄດ້ມີການຫາລື ແລກປ່ຽນຄວາມເຫັນ ກ່ຽວກັບການຮ່ວມມື ໃນຂົງເຂດການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ກິລາ, ການສືບຕໍ່ຂະຫຍາຍຄວາມຮ່ວມມື ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຍິ່ງຂຶ້ນ ແລະ ເຊື່ອໝັ້ນວ່າຈະບົດບາດສຳຄັນ ໃນການສົ່ງເສີມ ແລະ ພັດທະນາຄວາມສຳພັນ ລະຫວ່າງສອງປະເທດ ໃຫ້ກ້າວໜ້າຕໍ່ໄປ.
ພາບ-ຂ່າວ: ບຸນທະວີ ນະວົງສາ
ຂ່າວທີ່ກ່ຽວຂ້ອງ














