ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ ມາເລເຊຍ
ວັນທີ 26 ຕຸລາ 2025 ທີ່ນະຄອນຫຼວງກວາລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ໄດ້ຮ່ວມລົງນາມໃນຖະແຫຼງການວ່າດ້ວຍ ການຮັບເອົາຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ເປັນປະເທດທີ 11. ພາຍຫຼັງເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ ແລະ ແບບວົງແຄບ ພ້ອມທັງບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ເປິກສາຫາລື ກ່ຽວກັບການເສີມສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຮູ້ການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາບຸລິມະສິດໃນການປະທານອາຊຽນຂອງມາເລເຊຍ. ກອງປະຊຸມ ຍັງໄດ້ເນັ້ນຄວາມສໍາຄັນການເພີ່ມທະວີ ແລະ ຮັດແໜ້ນການຮ່ວມມືຂອງບັນດາຂະແໜງການຂອງອາຊຽນ ເພື່ອໃຫ້ອາຊຽນມີຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ. ກອງປະຊຸມໄດ້ຮັບຮູ້ຄວາມຄືບໜ້າການພົວພັນຮ່ວມມືລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງການຮ່ວມມື ໃນຕໍ່ໜ້າ. ກອງປະຊຸມ ໄດ້ເນັ້ນຢໍ້າຄວາມສຳຄັນການຮັດແໜ້ນບົດບາດການນໍາພາ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ກອງປະຊຸມ ຍັງໄດ້ເຫັນດີຮັບຮອງເອົາບັນດາຖະແຫຼງການ ແລະ ເອກະສານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເພື່ອເປັນພື້ນຖານໃຫ້ແກ່ການສືບຕໍ່ສ້າງອາຊຽນໃຫ້ເຂັ້ມແຂງ ແລະ ເພື່ອນໍາຜົນປະໂຫຍດເປັນຮູບປະທໍາ ມາສູ່ປະຊາຊົນອາຊຽນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບວົງແຄບ ໄດ້ປຶກສາຫາລືການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບມຽນມາ, ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະສິ່ງທ້າທາຍທັງແບບເກົ່າ ແລະ ໃໝ່ ເປັນຕົ້ນ: ອາດຊະກໍາຂ້າມຊາດ ເຊັ່ນ: ອາດຊະຍາກໍາທາງໄຊເບີ ແລະ ການຫຼອກລວງສໍ້ໂກງທາງອອນລາຍ, ການປ່ຽນແປງສະພາບດິນຟ້າອາກາດ, ຄວາມຂັດແຍ້ງໃນບາງພາກພື້ນຂອງໂລກ ແລະອື່ນໆ.
ໃນຕອນບ່າຍວັນດຽວກັນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28. ກອງປະຊຸມ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະຜ່ານມາທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ກ້າວສູ່ລວງເລິກ. ສອງຝ່າຍ ໄດ້ເຫັນດີຮັດແໜ້ນການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການເຊື່ອມຈອດ, ພະລັງງານສະອາດ ແລະ ພະລັງງານທົດແທນ, ການຮັບມືກັບໄພພິບັດທໍາມະຊາດ, ການຫັນເປັນດິຈີຕອນ, ນະວັດຕະກໍາ ແລະ ປັນຍາປະດິດ. ພິເສດ, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ວ່າດ້ວຍການສົ່ງເສີມ ແລະ ການຈັດຕັ້ງປະຕິບັດແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ.
ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 22 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອິນເດຍ ຕະຫຼອດໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະຜົນສໍາເລັດການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວອາຊຽນ-ອິນເດຍ. ກອງປະຊຸມ ຍັງເຫັນດີສືບຕໍ່ເພີ່ມທະວີການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ ໂດຍຊຸກຍູ້ໃຫ້ ອິນເດຍ ເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ມາຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ. ພ້ອມນີ້, ອາຊຽນ ຍັງໄດ້ຊຸກຍູ້ໃຫ້ ອິນເດຍ ສືບຕໍ່ຮ່ວມມືກັບອາຊຽນ ໃນຂົງເຂດຕ່າງໆ ເປັນຕົ້ນ: ພະລັງງານທົດແທນ, ການຜະລິດກະສິກໍາທີ່ຍືນຍົງ, ຄວາມໝັ້ນຄົງທາງໄຊເບີ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາອາຊຽນ-ອິນເດຍ ວ່າດ້ວຍການທ່ອງທ່ຽວແບບຍືນຍົງ ແລະ ໄດ້ປະກາດກຳນົດເອົາ ປີ 2026 ເປັນປີແຫ່ງການຮ່ວມມື ທາງທະເລ ອາຊຽນ-ອິນເດຍ.
ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ຄັ້ງທີ 13 ໄດ້ທົບທວນຄືນ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສະຫະລັດອາເມຣິກາ ມີຮ່ວມກັນ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມໝາຍໝັ້ນຂອງ ສະຫະລັດອາເມລິກາ ໃນການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ການເຂົ້າຮ່ວມຢ່າງຫ້າວຫັນໃນບັນດາກົນໄກອາຊຽນນໍາພາ ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດສໍາຄັນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ຄວາມໝັ້ນຄົງ, ນະວັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພະຍາກອນ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ໄດ້ຮັບຮອງເອົາຖະແຫຼງ ການວິໄສທັດຮ່ວມຜູ້ນໍາອາຊຽນ-ສະຫະລັດອາເມຣິກາ ວ່າດ້ວຍການສົ່ງເສີມອາຊຽນ ແລະ ອາເມຣິກາ ທີ່ເຂັ້ມແຂງ, ປອດໄພ, ແລະ ສົມບູນພູນສຸກຍິ່ງຂຶ້ນ.
ນອກຈາກນັ້ນ, ຍັງໄດ້ຈັດບາງກິດຈະກໍາປິ່ນອ້ອມໃນໄລຍະກອງປະຊຸມສຸດຍອດ ເຊັ່ນ: ກອງປະຊຸມບັນດາຜູ້ນໍາອາຊີ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ເຫຼືອສູນ ຫຼື ອາແຊັກ (AZEC) ຄັ້ງທີ 3 ແລະ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ສະຫະພັນບານເຕະໂລກ.
ຂ່າວທີ່ກ່ຽວຂ້ອງ



