ຄະນະຜູ້ແທນ ສ ກູບາ ເດີນທາງມາເຖິງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ຕອນເຊົ້າວັນທີ 1 ທັນວາ 2025, ສະຫາຍ ນາງ ມາຕາ ອາຢາລາ ອາວິລາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ຜູ້ອໍານວຍການໃຫຍ່ສູນພັນທຸກໍາ ແລະ ເຕັກໂນໂລຊີຊີວະພາບ ສ ກູບາ ພ້ອມຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອມາຢ້ຽມຢາມ ສປປ ລາວ, ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (02 ທັນວາ 1975-02 ທັນວາ 2025) ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ.
ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ສວນສະໜາມ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ໃນຄັ້ງນີ້, ເປັນການສະແດງເຖິງການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດີງາມມາແຕ່ດົນນານ ແລະ ຄວາມສາມັກຄີຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ນອກນີ້, ຄະນະຜູ້ແທນຂັ້ນສູງ ສ ກູບາ ກໍຈະໄດ້ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງຂອງພັກ-ລັດ ຂອງ ສປປ ລາວ ແລະ ຢ້ຽມຢາມສະຖານທີ່ຕ່າງໆ ເຊັ່ນ: ຫໍພິພິທະພັນ ໄກສອນ ພົມວິຫານ, ຢ້ຽມຊົມປ້າຍສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ລາວ-ກູບາ ທີ່ປະຕູໄຊ.
ແຫຼ່ງຂ່າວ: ຂປລ
ຂ່າວທີ່ກ່ຽວຂ້ອງ












